ຍີນດີຕ້ອນຮັບ

 


 

ໂຮງງານນ້ຳດື່ມ ໂອກາ ສ້າງຕັ້ງຂຶ້ນໃນປີ 2008  

   

        ເປັນຜູ້ຜະລິດ ນ້ຳດື່ມກາ ໂອກາ ຊຶ່ງເປັນນ້ຳດື່ມທີ່ມີຄຸນນະພາບແລະຄວາມປອດໄພສູງສຳ ລັບການບໍລິໂພກ ເພາະນ້ຳດື່ມໂອກາເປັນຜະລີດຕະພັນນ້ຳດື່ມທຳອິດໃນ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນມາດຕະຖານ GMP ຫລື ມາດຕະຖານການຜະລິດທີ່ດີ ໃນປີ 2013 ແລະໄດ້ຮັກສາມາດຕະຖານດັ່ງກ່າວຢ່າງເຄັ່ງຄັດມາຕະຫລອດ ໃນຂະນະດຽວກັນກໍພັດທະນາໃຫ້ມີຫລາຍແບບ ຫລາຍຂະຫນາດ ເພື່ອໃຫ້ເໝາະກັບການບໍລິໂພກຂອງລູກຄ້າທີ່ກຳລັງຂະ ຫຍາຍຕົວນັບມື້ກວ້າງອອກ.  

        ປະຈຸບັນນີ້ພວກເຮົາມີນໍ້າດື່ມ 6 ຂະຫນາດ ໄວ້ຕອບສະຫນອງແກ່ລູກຄ້າ. ພິເສດ ທີ່ນະຄອນຫລວງວຽງຈັນແມ່ນມີຜະລິດຕະພັນນ້ຳດື່ມໂອກາຕຸກໃຫຍ່ 18 ລິດ ບໍລິການສົ່ງເຖິງສະຖານທີ່ຂອງທ່ານດ້ວຍຄວາມວ່ອງໄວ ພຽງແຕ່ຕິດຕໍ່ຫາພວກເຮົາ (ທີ່ 58888518 ຫຼື 28888518)ເທົ່ານັ້ນເລື່ອງນ້ຳຈະບໍ່ແມ່ນບັນຫາສຳລັບທ່ານອີກຕໍ່ໄປ.